unfoldingWord 23 - ການເກີດຂອງພະເຢຊູຄຣິດ
Anahat: Matthew 1-2; Luke 2
Komut Dosyası Numarası: 1223
Dil: Lao
Kitle: General
Amaç: Evangelism; Teaching
Features: Bible Stories; Paraphrase Scripture
Durum: Approved
Komut dosyaları, diğer dillere çeviri ve kayıt için temel yönergelerdir. Her bir farklı kültür ve dil için anlaşılır ve alakalı hale getirmek için gerektiği gibi uyarlanmalıdırlar. Kullanılan bazı terimler ve kavramlar daha fazla açıklamaya ihtiyaç duyabilir veya hatta tamamen değiştirilebilir veya atlanabilir.
Komut Dosyası Metni
ມາຣີໄດ້ໝັ້ນກັບໂຢເຊບຊາຍຊອບທໍາ, ເມື່ອໂຢເຊບໄດ້ຍິນວ່າ: ມາຮີຖືພາ, ລາວຮູ້ວ່ານັ້ນບໍ່ແມ່ນລູກຂອງລາວ. ລາວບໍ່ຢາກໃຫ້ມາຣີອັບອາຍ, ດັ່ງນັ້ນ ລາວຈຶ່ງວາງແຜນຖອນໝັ້ນກັບມາຣີແບບຫງຽບໆ. ກ່ອນທີ່ລາວຈະເຮັດສິ່ງນັ້ນ, ເທວະດາໄດ້ລົງມາຫາ ແລະ ເວົ້າກັບໂຢເຊບໃນຄວາມຝັນ.
ເທວະດາເວົ້າວ່າ: “ໂຢເຊບ, ຢ່າຢ້ານທີ່ຈະເອົາມາຣີເປັນເມຍຂອງເຈົ້າ. ເດັກທີ່ຢູ່ໃນທ້ອງຂອງນາງແມ່ນມາຈາກພະວິນຍານບໍລິສຸດ. ນາງຈະໃຫ້ກໍາເນີດເດັກຊາຍຄົນໜຶ່ງ. ໃສ່ຊື່ເດັກນັ້ນວ່າ: ເຢຊູ ( ມີຄວາມໝາຍວ່າ: ‘ຢາເວຜູ້ຊ່ວຍໃຫ້ພົ້ນ’), ເພາະພຣະອົງຈະລົງມາເພື່ອຊ່ວຍປະຊາຊົນໃຫ້ລອດພົ້ນຈາກຄວາມບາບ.”
ດັ່ງນັ້ນ, ໂຢເຊບຈຶ່ງແຕ່ງງານກັບມາຣີ ແລະ ພານາງກັບໄປບ້ານຂອງລາວ, ແຕ່ໂຢເຊບບໍ່ໄດ້ຫຼັບນອນກັບນາງຈົນກ່ວານາງຈະອອກລູກ.
ແຕ່ເມື່ອໃກ້ຈະເຖິງຊ່ວງທີ່ມາລີອອກລູກ ລັດຖະບານໂຣມໄດ້ສັ່ງໃຫ້ປະຊາຊົນທຸກຄົນໄປຈົດທະບຽນສໍາມະໂນຄົວບ່ອນທີ່ບັນພະບຸລຸດຂອງເຂົາອາໄສຢູ່. ໂຢເຊບ ແລະ ມາຣີເລີຍຈໍາເປັນຕ້ອງເດີນທາງໄກ ຈາກບ່ອນທີ່ເຂົາອາໄສຢູ່ຄືແຕ່ເມືອງ ນາຊາເລັດໄປຫາເມືອງເບັດເລເຮັມ ເພາະບັນພະບຸລຸດເຂົາແມ່ນດາວິດຊຶ່ງບ້ານເກີດແມ່ນຢູ່ເບັດເລເຮັມ.
ເມື່ອເຂົາໄປເຖິງເມືອງເບັດເລເຮັມ, ພວກເຂົາບໍ່ມີບ່ອນພັກອາໄສ. ບ່ອນທີ່ເຂົາສາມາດຫາທີ່ພັກໄດ້ແມ່ນຄອກລ້ຽງສັດ. ເດັກຊາຍໄດ້ເກີດທີ່ນັ້ນ ແລະ ແມ່ຂອງເດັກໄດ້ວາງເຂົາຢູ່ເທິງຮາງໃສ່ອາຫານສັດ, ເພາະເຂົາບໍ່ມີຕຽງໃຫ້ເດັກນອນ. ພວກເຂົາໃສ່ຊື່ເດັກວ່າ: ເຢຊູ.
ໃນຄືນນັ້ນ, ໄດ້ມີຜູ້ລ້ຽງແກະທີ່ຢູ່ໃກ້ກັບທົ່ງນາເຊິ່ງເຂົາກໍາລັງເຝົ້າຝູງສັດຂອງເຂົາ. ໃນທັນໃດນັ້ນ, ໄດ້ມີແສງສະຫວ່າງຂອງເທວະດາປະກົດຕໍ່ໜ້າເຂົາ, ແລະເຂົາຮູ້ສຶກຢ້ານ. ເທວະດາເວົ້າຂຶ້ນວ່າ: “ຢ່າຢ້ານເຮົາເລີຍ, ເພາະເຮົາມາເພື່ອບອກຂ່າວດີແກ່ພວກເຈົ້າ. ພະເມຊີອາ, ພະຜູ້ໂຜດຊ່ວຍໃຫ້ພົ້ນ, ໄດ້ມາເກີດທີ່ເມືອງເບັດເລເຮັມ!.”
“ ຈົ່ງໄປຊອກເດັກຄົນນັ້ນ ແລະ ພວກເຈົ້າຈະພົບວ່າເດັກນັ້ນຢູ່ໃນຫໍ່ຜ້າ ແລະ ນອນໃນຮາງຫຍ້າ. ໃນທັນໃດນັ້ນທ້ອງຟ້າກໍ່ເຕັມໄປດ້ວຍບັນດາເທວະດາທີ່ຮ້ອງສັນລະເສີນພະຜູ້ເປັນເຈົ້າວ່າ : ສະຫງ່າລາສີຈົ່ງມີແກ່ພະເຈົ້າໃນສະຫວັນ ແລະ ແຜ່ນດີນໂລກຈົ່ງມີສັນຕິສຸກແກ່ທຸກຄົນທີ່ພະອົງພໍໃຈ!”
ພວກລ້ຽງແກະກໍມາຮອດບ່ອນພະເຢຊູຢູ່ ແລະ ພົບພະອົງກໍາລັງນອນໃນຮາງຫຍ້າຕາມທີ່ເທວະດາໄດ້ບອກພວກເຂົາ. ພວກເຂົາຕື່ນເຕັ້ນຫຼາຍ, ມາຣີຮູ້ສຶກຍິນດີຫຼາຍຄືກັນ. ແລ້ວພວກລ້ຽງແກະກໍກັບໄປຫາແກະຂອງຕົນທີ່ຢູ່ຕາມທົ່ງນາ ພ້ອມທັງຍົກຍ້ອງພະເຈົ້າ ເພາະສິ່ງທີ່ພວກເຂົາໄດ້ເຫັນ ແລະ ໄດ້ຍິນນັ້ນ.
ແລ້ວຈາກນັ້ນ, ກໍມີນັກປາດນັກປັນຍາທີ່ມາຈາກປະເທດຕາເວັນອອກໄດ້ເຫັນດາວປະຫຼາດປະກົດໃນທ້ອງຟ້າ. ພວກເຂົາຮູ້ວ່າມັນໝາຍເຖິງດາວຂອງກະສັດຢິວອົງໃໝ່ທີ່ຈະເກີດມາ. ສະນັ້ນພວກເຂົາຈຶ່ງເດີນທາງມາເພື່ອຈະພົບພະອົງ,ແລະ ພວກເຂົາກໍມາເຖິງເບັດເລເຮັມ ແລະໄດ້ພົບພະເຢຊູກັບພໍ່ແມ່ຂອງພຣະອົງທີ່ຄອກສັດນັ້ນ.
ເມື່ອພວກນັກປາດນັກປັນຍາໄດ້ເຫັນພະເຢຊູກັບແມ່ຂອງເພິ່ນແລ້ວພວກເຂົາກໍກົ້ມຂາບ ແລະ ນະມັດສະການພຣະອົງ, ກ່ອນພວກເຂົາຈະຈາກພຣະເຢຊູໄປ ພວກເຂົາຍັງໄດ້ໃຫ້ສິ່ງຂອງທີ່ມີຄ່າຫຼາຍແກ່ພຣະເຢຊູ.